ພິທີເຊັນສັນຍາ ລະຫວ່າງ ກອງພະຍາກອນອາກາດ ແລະ ອຸຕຸການບິນ
 ແລະ ກອງຄຸ້ມຄອງການຈະລາຈອນທາງອາກາດ

ເພື່ອປະຕິບັດພາລະບົດບາດຂອງກອງຄ້ມຄອງຈະລາຈອນທາງອາກາດທີ່ຂັ້ນເທິງມອບໝາຍ
ໃຫ້ດຳເນີນກິດຈະການຄຸ້ມຄອງ ແລະ ບໍລິການບັນຊາຈະລາຈອນທາງອາກາດຄື:
ການບິນເຂົ້າ-ອອກ, ຂຶ້ນລົງ ແລະ ບິນຜ່ານໜ່ານຟ້າຂອງ ສປປ ລາວ ໃຫ້ມີຄວາມສະດວກ,
ວ່ອງໄວ,ປອດໄພ ແລະ ຖຶກລະບຽບຫຼັກການທີ່ຂອງກົມການບິນພົນລະເຮືອນລາວ
ກໍ່ຄືການບິນພົນລະເຮືອນສາກົນວາງອອກ.ເພື່ອສືບຕໍ່ຜັນຂະຫຍາຍບົດບັນທຶກຄວາມເຂົ້າໃຈ
ລະຫວ່າງກົມການບິນພົນລະເຮືອນກັບ ກົມອຸຕຸນິຍົມ ແລະ ອຸທົກກະສາດວ່າດ້ວຍການຣ່ວມມື
ແລະ ຄຸ້ມຄອງມາດຕາຖານຂ່າວອຸຕຸນິຍົມການບິນເຊິ່ງໄດ້ເຊັນກັນໃນວັນທີ 31 ກໍລະກົດ 2009 ຜ່ານມາ.
ຜ່ານການຫ້າງຫາກະກຽມຮ່າງ ແລະ ຄົ້ນຄ້ວາເອກກະສານສັນຍາຫຼາຍຫຼົບຫຼາຍຕ່າວ
ກິນເວລາດົນສົມຄວນຈຶ່ງສາມາດຕົກລົງ ແລະ ເອກກະພາບດ້ານຫຼັການນຳກັນໄດ້.
ສະນັ້ນ,ໃນວັນທີ 13 ເດືອນມັງກອນ ປີ 2010, ທັງສອງພາກສ່ວນຈຶ່ງໄດ້ຈັດພິທີເຊັນສັນຍາດັ່ງກ່າວຂຶ້ນ
ທີ່ຫ້ອງປະຊຸມ ກອງຄຸ້ມຄອງຈະລາຈອນທາງອາກາດ/ກະຊວງໂຍທາທິການ ແລະ ຂົນສົ່ງ
ເພຶ່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດຮ່ວມກັນໃນຕໍ່ໜ້າ,ສັນຍານີ້ແມ່ນເປັນຂີດໝາຍໜຶ່ງທີ່ສຳຄັນ
ໃນການປະກອບສ່ວນເຮັດໃຫ້ການບໍລິການການບິນຂອງລາວມີປະສິດທິພາບກ້າວສູ່ມາດຕະຖານສາກົນ
ເທື່ອລະກ້າວ.ໃນນີ້ກໍ່ເພື່ອຮອງຮັບການມາກວດສອບມາດຕະຖານຄວາມປອດໄພການບິນຂອງ USOAP ໃນປີນີ້.
ພ້ອມດຽວກັນກໍລິເລີ້ມປັບປຸງທາງດ້ານບຸກຄະລາກອນແລະ ປະກອບລະບົບອຸປະກອນເຕັກນິກບໍລິການດ້ານອຸຕຸການບິນ
ຕາມບັນດາສະໜາມບິນທົ່ວປະເທດໃຫ້ດີຂືຶ້ນກ່ວາເກົ່າ.
ພິທີເຊັນຂໍ້ຕົກລົງດັ່ງກ່າວ ໂດຍແມ່ນ ທ່ານ. ສີທັນ ສຸດທິຈັກ ຮອງຫົວໜ້າກົມອຸຕຸນິຍົມ ແລະ ອຸທົກກະສາດ (ເບື້ອງຊ້າຍ)
ແລະ ທ່ານ. ສົມຈິດ ວິນິດແກ້ວພາວັນ ຫົວໜ້າກອງຄຸ້ມຄອງການຈະລາຈອນທາງອາກາດ (ເບື້ອງຂວາ) ເປັນຜູ້ເຊັນ