 |
ທ່ານ ຄັດຊຶຢະ ໂອະກະດະ, ລັດຖະມົນຕີ ກະຊວງການຕ່າງປະເທດຂອງ ປະເທດ ຍີ່ປຸ່ນ ໄດ້ຢ້ຽມຢາມ ກົມອຸຕຸນິຍົມ ແລະ ອຸທົກກະສາດ ອົງການຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ, ໃນຕອນບ່າຍ ຂອງວັນທີ 25 ກໍລະກົດ 2010. ໃນວາລະດັ່ງກ່າວ ທ່ານ ສິງທອງ ປະທຸມມະດີ, ຮອງຫົວໜ້າກົມອຸຕຸນິຍົມ ແລະ ອຸທົກກະສາດ, ພ້ອມ ດ້ວຍພະນັກງານວິຊາການອອ້ມ ຂ້າງ ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຮັບຕ້ອນ. ທ່ານ ຄັດຊຶຢະ ໂອະກະດະ ໄດ້ຟັງການອະທິບາຍກ່ຽວກັບກິດຈະກຳຕ່າງໆຂອງ ໂຄງການຕິດຕັ້ງລະບົບການຕິດຕາມສະພາບອາກາດເພື່ອຫຼຸດຜ່ອນຜົນເສຍຫາຍຈາກໄພພິບັດທາງທຳມະຊາດ, ເຊິ່ງໂຄງການນີ້ແມ່ນໄດ້ຮັບການຊ່ວຍເຫຼືອລ້າຈາກປະຊາຊົນ ຍີ່ປຸ່ນ, ນອກຈາກນີ້ ທ່ານ ສິງທອງ ປະທຸມມະດີ ໄດ້ກ່າວສະແດງ ຄວາມຂອບໃຈແດ່ປະຊາຊົນຍີ່ປຸ່ນທີ່ໃຫ້ການຊ່ວຍ ເຫຼືອແກ່ກົມອຸຕຸນິຍົມ ແລະ ອຸທົກກະສາດ ແລະ ຫວັງຢ່າງຍິ່ງວ່າຈະສືບຕໍ່ຮ່ວມມື ແລະ ໃຫ້ການຊ່ວຍເຫຼືອຕໍ່ໆໄປ. |